ຍິນດີບໍລິການທ່ານ ເພື່ອຜົນປະໂຫຍດຂອງປະຊາຊົນແຂວງຫຼວງພະບາງ
ໃນວັນທີ່ 16/9/2022 ຄະນະອໍານວຍການ ລັດວິສາຫະກິດນໍ້າປະປາ ແຂວງຫຼວງພະບາງ ໄດ້ເຜີຍແຜ່ ແລະ ເຊື່ອມຊຶມເອກະສານ ດໍາລັດຂອງລັດຖະບານ ວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ, ກົດລະບຽບຄຸ້ມຄອງພາຍໃນບໍລິສັດ, ແຈ້ງຜົນການກວດສອບເອກະສານລາຍງານການເງິນ ປະຈໍາປີ 2021, ວາລະແຫ່ງຊາດ, ມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກຄັ້ງທີ4ສະໄໝທີ XI, ບົດປາຖະກະຖາວັນຢຶດອໍານາດ (23 ສິງຫາ 1975-23 ສິງຫາ 2022) ຄົບຮອບ 47 ປີ, ຄໍາສັ່ງແນະນໍາ ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາຕໍ່ການເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຜົນການກວດກາ.